JAOL

ສະໝັກທຶນ ASJA-MEXTApply for Scholarship

ຂໍ້ລະວັງການສະໝັກທຶນ

- ວັນເວລາຂອງການສອບເສັງ ແລະ ຂະບວນຄັດເລືອກ ASJA-MEXT ສົກປີ 2024 ນັກສຶກສາທຶນລະດັບປະລິນຍາຕີ ແລະ ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ແມ່ນແຕກຕ່າງກັນ.

- ຕ້ອງໄດ້ສະໝັກທຶນ MEXT ກ່ອນ ຈິງສະໝັກທຶນ ASJA-MEXT ໂດຍສົ່ງເອກະສານສະໝັກທາງ Email (ຕ້ອງການລະຫັດເສັງຂອງທຶນ MEXT).

ການສະໝັກທຶນ ASJA-MEXT 2024 ນັກສຶກສາທຶນລະດັບປະລິນຍາຕີ (ຕ້ອງໄດ້ທຶນ MEXT ກ່ອນ)

- ເງື່ອນໄຂ, ເອກະສານທີ່ຈະຕ້ອງຍື່ນ ແລະ ຂະບວນການຄັດເລືອກ ແມ່ນອັນດຽວກັນກັບທຶນ MEXT ທີ່ຈັດໂດຍທາງສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ (ລາຍລະອຽດ).

- ທຶນ ASJA-MEXT 2024 ນັກສຶກສາລະດັບປະລິນຍາຕີ 1 ທຶນ ເຊິ່ງຕ້ອງໄດ້ຜ່ານການສອບເສັງໄດ້ທຶນ MEXT ແລະ ໄປປ່ຽນເປັນທຶນ ASJA-MEXT ພາຍຫຼັງທີ່ຈົບຫຼັກສູນພາສາຍີ່ປຸ່ນໃນເດືອນ 3 ປີ 2025.

ການສະໝັກທຶນ ASJA-MEXT 2024 ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ເປີດຮັບສະໝັກແລ້ວ!

- ເງື່ອນໄຂ, ເອກະສານທີ່ຈະຕ້ອງຍື່ນ ແລະ ຂະບວນການຄັດເລືອກ ແມ່ນອັນດຽວກັນກັບທຶນ MEXT ທີ່ຈັດໂດຍທາງສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ (ລາຍລະອຽດ).

- ຂັ້ນຕອນສະໝັກ:

ຂັ້ນຕອນASJA-MEXT 2024 ນັກສຶກສາຄົ້ນຄວ້າ (ປະລິນຍາໂທ)
1. ກຽມເອກະສານກຽມ ເອກະສານທຶນ MEXT ຕາມການແນະນໍາຂອງສະຖານທູດຍີ່ປຸ່ນ.
2. ສໍາເນົາເອກະສານສໍາເນົາເອກະສານທຶນ MEXT (ໃນຂັ້ນຕອນ 1) ໂດຍການເຮັດເປັນ PDF.
3. ບົດຄວາມຂຽນບົດຄວາມຫົວຂໍ້ “ເປັນຫຍັງ ຂ້າພະເຈົ້າ ຈຶ່ງເໜາະສົມກັບການໄດ້ຮັບທຶນ ASJA-MEXT” ບໍ່ໃຫ້ກາຍ 1 ໜ້າ ເປັນພາສາລາວ, ເຮັດເປັນ MS-WORD ຫຼື PDF.
4. ຍື່ນເອກະສານ- ຍື່ນ ເອກະສານທຶນ MEXT (ໃນຂັ້ນຕອນ 1) ໃຫ້ສະຖານທູດຍີ່ປຸ່ນ, ປິດຮັບສະໝັກ 02/06/2023.
- ພ້ອມດຽວກັນນັ້ນ ຍື່ນສໍາເນົາເອກະສານ (ໃນຂັ້ນຕອນ 2) ສໍາລັບທຶນ ASJA-MEXT, ແລະ ບົດຄວາມ (ໃນຂັ້ນຕອນ 3) ສົ່ງທາງ Email ຫາ JAOL ປິດຮັບສະໝັກ 04/06/2023 (Email adress ແມ່ນ info@jaol.org ແລະ jaol.office@gmail.com).
5. ສອບເສັງສອບເສັງພາກຂຽນ ຈັດໂດຍທາງສະຖານທູດຍີ່ປຸ່ນ ວັນທີ 15/06/2023.
6. ສໍາພາດສໍາພາດນັກສຶກສາທີ່ສອບເສັງຜ່ານພາກຂຽນ ຈັດໂດຍທາງສະຖານທູດຍີ່ປຸ່ນ ໃນຊ່ວງເດືອນ 06-07/2023.
7. ສໍາພາດ JAOLສໍາພາດນັກສຶກສາທີ່ສອບເສັງຜ່ານພາກຂຽນ ຈັດໂດຍທາງ JAOL ໃນຊ່ວງເດືອນ 06-07/2022.

ຕິດຕໍ່ສອບຖາມ

ຕິດຕໍ່ສອບຖາມທາງ Email : ຫຼື