JAOL

30/05/2023
ທຶນ ASJA-MEXT 2024 ນັກສຶກສາລະດັບປະລິນຍາຕີ 1 ທຶນ ເຊິ່ງຕ້ອງໄດ້ຜ່ານການສອບເສັງໄດ້ທຶນ MEXT ແລະ ໄປປ່ຽນເປັນທຶນ ASJA-MEXT ພາຍຫຼັງທີ່ຈົບຫຼັກສູນພາສາຍີ່ປຸ່ນໃນເດືອນ 3 ປີ 2025.

29/04/2023
ຮັບສະໝັກ ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ທຶນ ASJA-MEXT ສໍາລັບປີ 2024. ຕ້ອງໄດ້ສະໝັກທຶນ MEXT ກ່ອນ, ແລ້ວສໍາເນົາ ເອກະສານສະໝັກທຶນ MEXT ແລ້ວສົ່ງໃຫ້ທາງ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທາງ Email.

10/05/2022
(ປິດຮັບສະໝັກແລ້ວ) ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ທຶນ ASJA-MEXT ສໍາລັບປີ 2023. ຕ້ອງໄດ້ສະໝັກທຶນ MEXT ກ່ອນ, ແລ້ວສໍາເນົາ ເອກະສານສະໝັກທຶນ MEXT ແລ້ວສົ່ງໃຫ້ທາງ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທາງ Email.

10/05/2022
(ປິດຮັບສະໝັກແລ້ວ) ນັກສຶກສາລະດັບປະລິນຍາຕີ (ສະເພາະແຕ່ສາຍສັງຄົມ) ທຶນ ASJA-MEXT ສໍາລັບປີ 2023 ຈະເປີດຮັບສະໝັກໃນທ້າຍເດືອນ 6 ປີ 2022, ຮັບສະໝັກສະເພາະ ຜູ້ທີ່ສອບເສັງຜ່ານທຶນ MEXT ເຂົ້າຮອບສໍາພາດ, ຕ້ອງໄດ້ສະໝັກທຶນ MEXT ກ່ອນ.

23/07/2021
(ປິດຮັບສະໝັກແລ້ວ) ນັກສຶກສາລະດັບປະລິນຍາຕີ 1 ທຶນ (ສະເພາະແຕ່ສາຍສັງຄົມ), ຮັບສະໝັກສະເພາະຜູ້ທີ່ສອບເສັງຜ່ານທຶນ MEXT ເຂົ້າຮອບສໍາພາດ.

04/06/2021
ການສະໝັກ ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ທຶນ ASJA-MEXT ສໍາລັບປີ 2022, ແມ່ນໃຫ້ສົ່ງເອກະສານສະໝັກທຶນ MEXT ກ່ອນ, ແລະ ສົ່ງເອກະສານດຽວກັນໃຫ້ທາງ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທາງ Email, ບໍ່ຈໍາເປັນເອົາລະຫັດຫຍັງຈາກສະຖານທູດຍີ່ປຸ່ນ

18/05/2021
(ປິດຮັບສະໝັກແລ້ວ) ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ທຶນ ASJA-MEXT ສໍາລັບປີ 2022 ຮອດວັນທີ 4 ມິຖຸນາ 2021

18/05/2021
ນັກສຶກສາທຶນລະດັບປະລິນຍາຕີ ທຶນ ASJA-MEXT ສໍາລັບປີ 2022 ແມ່ນໃຫ້ສະໝັກຕາມທຶນ MEXT ກ່ອນ, ເມືອຜ່ານຂັ້ນຕອນການສອບເສັງຂຽນ ຈິງສາມາດສະໝັກ ທຶນ ASJA-MEXT ໃນທ້າຍເດືອນມີຖຸນາ ປີ 2021.

09/09/2020
(ປິດຮັບສະໝັກແລ້ວ) ຜູ້ສະໝັກທຶນ ASJA-MEXT 2021 ໃນລະດັບປະລິນຍາຕີ.

01/08/2020
ປະກາດຕາຕະລາງສໍາພາດ ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ທີ່ຈະຈັດຂຶ້ນໃນວັນພະຫັດ ທີ 6 ສິງຫາ 2020.

24/07/2020
ປ່ຽນແປງຕາຕະລາງເວລາການສອບເສັງ ນັກສຶກສາທຶນລະດັບປະລິນຍາຕີ ເປັນ ຕົ້ນ-ກາງເດືອນ 9 ປີ 2020.

17/07/2020
(ປິດຮັບສະໝັກແລ້ວ) ທຶນນັກສຶກສາຄົ້ນຄວ້າ (ປະລິນຍາໂທ)

10/07/2020
ອີງຕາມການຕົກລົງຈາກທາງ ASJA ໃຫ້ມີຄວາມເປັນເອກະພາບກັນຂອງຊື່ທຶນ ໃຫ້ປ່ຽນຊື່ທຶນຈາກ MEXT-ASJA ເປັນ ASJA-MEXT

06/07/2020
(ປິດຮັບສະໝັກແລ້ວ) ນັກສຶກສາຄົ້ນຄວ້າ (ປະລິນຍາໂທ)

01/07/2020
ເປີດນໍາໃຊ້ເວັບໄຊທຶນ ASJA-MEXT ທີ່ JAOL ເປັນຜູ້ແນະນໍາ (recommendation)
ຮັບສະໝັກທາງອອນລາຍ
ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) ວັນທີ 06-17/07/2020
ນັກສຶກສາທຶນລະດັບປະລິນຍາຕີ ຕົ້ນ-ທ້າຍເດືອນ 9 ປີ 2020