JAOL

ກ່ຽວກັບທຶນ ASJA-MEXTAbout Scholarship

ທຶນ ASJA-MEXT ແມ່ນຫຍັງ?

ທຶນ ASJA-MEXT ແມ່ນທຶນການສຶກສາຂອງ ຂອງລັດຖະບານປະເທດຍີ່ປຸ່ນ, ໂດຍແມ່ນກະຊວງສຶກສາທິການປະເທດຍີ່ປຸ່ນ (MEXT) ມອບໃຫ້ Asia Japan Alumni (ASJA) International ເພື່ອມອບຕໍ່ໃຫ້ສະເພາະບັນດາປະເທດສະມາຊິກຂອງ ASEAN Council of Japan Alumni (ASCOJA). ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ (໋JAOL) ທີ່ເປັນສະມາຊິກຂອງ ASCOJA ໃນນາມຕົວແທນຂອງ ສປປ ລາວ ຈິງໄດ້ຮັບໜ້າທີ່ເປັນຜູ້ຮ່ວມຄັດເລືອກທຶນການສຶກສານີ້ ຮ່ວມກັບສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ.

ສາມາດເບິ່ງເນື້ອໃນກ່ຽວກັບ ASJA ໃນຫົວຂໍ້ "What is ASJA International?" ເປັນ PDF.

ຈຸດປະສົງຂອງການໃຫ້ທຶນ ASJA-MEXT ແມ່ນເພື່ອໃຫ້ນັກສຶກສາທີ່ໄດ້ຮັບທຶນນີ້ ນອກຈາກການຮຽນໃນຫຼັກສູດລະດັບປະລີນຍາຕີ ຫຼື ປະລິນຍາໂທແລ້ວ, ໃຫ້ສາມາດໄດ້ຮຽນຮູ້ພາສາຍີ່ປຸ່ນ ແລະ ວັດທະນະທໍາຍີ່ປຸ່ນ ພ້ອມກັບທັກສະຕ່າງໆ ຢູ່ປະເທດຍີ່ປຸ່ນ ໃນການເປັນຜູ້ນຳໃນອະນາຄົດ, ເມື່ອນັກສຶກສາສໍາເລັດການສຶກສາຢູ່ປະເທດຍີ່ປຸ່ນ ກັບຄືນສູ່ປະເທດຕົນເອງແລ້ວ ຈະມີຄວາມສາມາດເປັນຜູ້ນຳ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຂອງຕົນເອງ.

ສໍາລັບສົກປີ 2024 (ໄປຍີ່ປຸ່ນປີ 2024), ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໃນນາມເປັນສະມາຊິກໜຶ່ງຂອງ ASCOJA, ຈະເຂົ້າຮ່ວມໃນການຄັດເລືອກເອົາຜູ້ສະໝັກທຶນ ASJA-MEXT ເຊິ່ງຈະມີ ທຶນນັກສຶກສາຄົ້ນຄວ້າ (ປະລິນຍາໂທ) 2 ທຶນ ແລະ ທຶນນັກສຶກສາປະລິນຍາຕີ 1 ທຶນ.

ສໍາລັບ ເງື່ອນໄຂຂອງຜູ້ສະໝັກ, ເອກະສານທີ່ຕ້ອງຍື່ນ ແລະ ຂັ້ນຕອນການຄັດເລືອກ ແມ່ນອັນດຽວກັນກັບທຶນ MEXT ທີ່ຈັດໂດຍທາງສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ, ໂດຍທາງ JAOL ຈະເປັນຜູ້ເຂົ້າຮ່ວມໃນການຄັດເລືອກການໃຫ້ ທຶນ ASJA-MEXT, ເຊິ່ງຜູ້ສະໝັກທຶນ ASJA-MEXT ຈະຕ້ອງໄດ້ສະໝັກ ທຶນ MEXT ກ່ອນ, ແລ້ວຈະມີຂັ້ນຕອນເພີ່ມເຕີມສະເພາະຂອງ ທຶນ ASJA-MEXT.

ທຶນ ASJA-MEXT 2024 ນັກສຶກສາລະດັບປະລິນຍາຕີ 1 ທຶນ ເຊິ່ງຕ້ອງໄດ້ຜ່ານການສອບເສັງໄດ້ທຶນ MEXT ແລະ ໄປປ່ຽນເປັນທຶນ ASJA-MEXT ພາຍຫຼັງທີ່ຈົບຫຼັກສູນພາສາຍີ່ປຸ່ນໃນເດືອນ 3 ປີ 2025.

ທຶນ ASJA-MEXT 2023 ນັກສຶກສາຄົ້ນຄວ້າ (ປະລິນຍາໂທ) 2 ທຶນ, ເປີດຮັບສະໝັກແລ້ວ!

ຕິດຕໍ່ສອບຖາມ

ຕິດຕໍ່ສອບຖາມທາງ Email : ຫຼື